ຫວຽດນາມ-ຣັດເຊຍ ເພີ່ມທະວີການຮ່ວມມືວຽກງານດ້ານເສດຖະກິດການຄ້າ
ວິທະຍຸກະຈ່າຍສຽງແຫ່ງຊາດຫວຽດນາມລາຍງານໃນວັນທີ 20 ກຸມພານີ້ວ່າ: ໃນວາລະຂອງການຕ້ອນຮັບ ທ່ານ ອັນເດ ຢາສະກີນ, ຮອງປະທານສະພາ
ສູງຣັດເຊຍຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານ ສະພາແຫ່ງຊາດຫວຽດນາມ ທ່ານ ເວືອງດິ່ງ ເຫວະ ໄດ້ກ່າວວ່າ: ສະຫະພັນ ຣັດເຊຍ
ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃຫ້ບຸລິມະສິດສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ; ສະພາແຫ່ງຊາດຫວຽດນາມ ປາດຖະໜາ
ຢາກສືບຕໍ່ຮ່ວມມືກັບຣັດເຊຍຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ ເພື່ອຜົນປະໂຫຍດລວມຂອງສອງປະເທດ.
ນອກຈາກນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງຮ່າງຂໍ້ຕົກລົງການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງຣັດເຊຍໃຫ້ສຳເລັດ ໂດຍໄວເພື່ອລົງນາມຄືນໃໝ່. ການນຳສອງທ່ານໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີການຮ່ວມມື, ຊຸກຍູ້ວຽກງານການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດຕາມຄວາມເໝາະສົມ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນຂົງເຂດກະສິກຳ, ປ່າໄມ້, ຊັບໃນດິນສິນໃນນ້ຳ, ທັນຍາຫານ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບເປີດສາຍການບິນຄືນໃໝ່ພາຍຫຼັງທີ່ໄດ້ຢຸດຕິລົງຍ້ອນໂລກລະບາດໂຄວິດ-19 ເພື່ອ ຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານເສດຖະກິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກ ລົງທຶນ, ວິສາຫະກິດ ແລະ ປະຊາຊົນສອງປະເທດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/02/2023